Clicky

LaoPlanet News

Daily news related to Laos
Page 42 of 42« First...«3839404142



ນ່ວຍໂທຣະສັບມືຖື ຣາຄາຖືກ ຈາກປະເທດຈີນ ທີ່ມີຂາຍໃນທ້ອງຕະລາດ ຂອງລາວ ເຮັດໃຫ້ຊາວລາວ ໃນຕົວເມືອງ ແລະໃນເຂດຊົນະບົດ ສາມາດມີໂທຣະສັບໄຊ້.

ໜັງສືພີມ ຜູ້ຈັດກາຣຣາຍວັນໄທຽ ສະບັບວັນທີ່ 30 ທັນວາ ນີ້ແຈ້ງວ່າ: ປະຊາຊົນ ຊາວໄທຽ ນັບເປັນໝື່ນຄົນ ພາກັນຫລັ່ງໄຫລ ເຂົ້າໄປທ່ຽວຫລິ້ນ ຕາມເຂຕເມືອງ ແລະ ແຂວງໜອງຄາຍ ເຮັດໃຫ້ສະພາບ ກາຣທ່ອງທ່ຽວ ຄຶກຄັກຂື້ນຫລາຍກວ່າເກົ່າ ແລະວ່າ ນັກທ່ອງທ່ຽວ ຈຳນວນໜື່ງ ກໍພາກັນເຂົ້າມາ ທ່ຽວຫລິ້ນ ໃນເຂຕ ນະຄອນຫລວງວຽງຈັນ ຫລາຍເປັນພິເສດ ໃນຣະຫວ່າງ ເທສກາຣສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ສາກົລ ປີ 2008.

ໜັງສືພີມ ຣາຍວັນວຽງຈັນໄທມ໌ ສສະບັບວັນທີ່ 31 ທັນວາ ນີ້ແຈ້ງວ່າ: ເຈົ້າໜ້າທີ່ ກ່ຽວຂ້ອງດ້ານພລັງງານ ສປປລາວ ແລະກັມພູຊາ ໄດ້ຮ່ວມກັນເຊັນຂໍ້ສັນຍາ ກາຣຊື້ຂາຍກະແສໄຟຟ້າ ຢ່າງເປັນທາງກາຣ ຊື່ງຈັດຂື້ນ ຢູ່ສຽມຣຽບ ໃນມື້ວັນເສົາຜ່ານມານີ້.

ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງກາຣຄັງ ສປປລາວ ຍອມຮັບວ່າ: ກາຣ ຈັດເກັບຣາຍຮັບ ຂອງຣັຖບາລ ຕລອດແຜນກາຣ ງົບປະມານ ຣາຍຮັບຣາຍຈ່າຍ ປະຈຳປີ 2006-2007 ທີ່ຜ່ານມາ ບໍ່ສາມາດປະຕິບັຕໄດ້ ຕາມເປົ້າໝາຍ ທີ່ວາງໄວ້ ໂດຽສະເພາະ ຍັງມີກາຣໃຊ້ຈ່າຍ ງົບປະມານ ໄປໂດຽບໍ່ຖືກຕ້ອງ ແລະສອດຄ່ອງ ກັບແຜນກາຣ ແຕ່ປະກາຣໃດ.

ເຈົ້າໜ້າທີ່ກ່ຽວຂ້ອງ ດ້ານຄວາມປອດພັຍ ໃນລາວຜູ້ໜື່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽ ເສຣີ ຫວ່າງມໍ່ໆມານີ້ວ່າ: ມີເສັ້ນທາງຫລັກ ຫລາຍແຫ່ງ ໃນພື້ນທີ່ ທາງພາຄເໜືອຂອງລາວ ທີ່ຍັງບໍ່ທັນໄດ້ຮັບປະກັນ ດ້ານຄວາມປອດພັຍ ເຮັດໃຫ້ທາງກາຣ ສປປລາວ ຕ້ອງ ໄດ້ເພີ່ມມາຕກາຣ ດ້ວຍກາຣຕັ້ງປ້ອມຍາມ ຫລືດ່ານກວດຣົຖ ຢ່າງເຂັ້ມງວດ ພ້ອມຍັງໄດ້ ສົ່ງກຳລັງທະຫາຣ ເຝົ້າຣະວັງ ແລະລາຕເວນ ເປັນປະຈຳ ໂດຽສະເພາະ ເສັ້ນທາງໝາຍ ເລຂ 13 ເໜືອ ຣະຫວ່າງ ແຂວງວຽງຈັນ-ຫລວງພຣະບາງ ຊື່ງເປັນເສັ້ນທາງ ທີ່ນັກທ່ອງທ່ຽວ ທັ້ງຊາວລາວ ແລະຊາວຕ່າງປະເທດ ເດີນທາງໄປມາ ຢູ່ບໍ່ຂາດ ແລະກໍເປັນເຂຕ ພື້ນທີ່ໆເຄີຽມີເຫຕກາຣ ຄວາມບໍ່ສງົບ ເກີດຂື້ນເລື້ອຍໆ.

ທ່ານ ເດຊາ ແສງສຸວັນ ເຈົ້າໜ້າທີ່ໄທ ປະຈຳດ່ານຂົວມິຕະພາບ ສວັນະເຂດ-ມຸກດາຫານ ກ່າວວ່າ ຕັ້ງແຕ່ວັນທີ 29 ທັນວາ ເປັນຕົ້ນມານີ້ ເຫັນວ່າບໍຣິເວນ ຂົວມິຕະພາບ ເຕັມໄປດ້ວຍ ປະຊາຊົນສອງຝັ່ງຂອງ ຂ້າມໄປມາ ແລະທ່ອງທ່ຽວ ຫາກັນ ທັງມາຊົມຂົວ ແລະທັງຂ້າມໄປທ່ຽວ ຝັ່ງລາວ ແລະຝ່າຍລາວ ກໍຂ້າມມາທ່ຽວງານ ເທດສະການ ກໍມີຫລາຍ.

ທາງການ ນະຄອນຫລວງວຽງຈັນ ອານຸຍາດ ໃຫ້ບັນດາຮ້ານກິນດື່ມຕ່າງໆ ຮວມທັງບ່ອນ ທີ່ມີການຈັດສະຫລອງ ບຸນປີໃໝ່ສາກົນ ໃນ ມື້ວັນທີ 31 ທັນວາ ນີ້ສາມາດ ດຳເນີນການ ໄປຈົນຮອດ ບ່າຍໂມງນຶ່ງ ຂອງຕອນເຊົ້າ ວັນທີ 1 ມົກະຣາ ຊຶ່ງເປັນວັນປີໃໝ່.

ໃນວັນທີ 26 ທັນວາ ຜ່ານມາ ຣັຖະມົນຕຣີ ການຄ້າ ແລະອຸດສະຫະກັມ ຂອງ ສປປ ລາວ, ວຽດນາມ ແລະປະເທດໄທ ໄດ້ລົງນາມ ເອກະສານບັນທຶກ ຄວາມເຂົ້າໃຈກັນ ເພື່ອສົ່ງເສີມ ການແລກປ່ຽນ ດ້ານການຄ້າ ແລະເພື່ອດຶງດູດ ການລົງທຶນ ຕາມແລວເສຖະກິດ ຕະເວັນອອກ-ຕະເວັນຕົກ.

ເຈົ້າໜ້າທີ່ກ່ຽວຂ້ອງ ຂອງອົງການ World Education Consortium ປະຈຳສປປລາວ ໄດ້ສຶກສາ ກ່ຽວກັບ ບັນຫາເດັກນ້ອຍ ທີ່ໃດ້ປະສົບ ອຸບັດຕິເຫດ ຈາກການຫຍຽບຣະເບີດ ທີ່ຍັງບໍ່ແຕກ ວ່າໃດ້ຮັບຜົນສະທ້ອນ ຕໍ່ຈິຕໃຈຫລາຍໜ້ອຍປານໃດ.

ກຸ່ມຂ້າຣາຊການລາວ ເຊື່ອວ່າ ຣັຖບານໃຫມ່ ຂອງໄທ ຍັງຈະໃຫ້ຄວາມສຳຄັນ ແກ່ສປປລາວ ຄືເກົ່າ ເພາະລາວແລະໄທ ເປັນສມາຊິກ ຂອງສມາຄົມ ບັນດາປະເທດ ໃນຂົງເຂດເອເຊັຍ ຕາເວັນອອກສ່ຽງໄຕ້ (ASEAN) ນຳກັນທັງສອງ.

  Next Entries »


Page 42 of 42« First...«3839404142