Clicky

LaoPlanet News

Daily news related to Laos
Page 41 of 42« First...«3839404142»



ນາຍແພດຍິງຄົນນຶ່ງ ຈາກອົງການແພດ ບໍ່ມີພົມແດນ ໃນ ສປປລາວ ໄດ້ກ່າວວ່າ ຜູ້ປ່ວຍຕິດເຊື້ອໂຣກເອສ ໃນ ສປປລາວ ມີແນວໂນ້ມສູງຂື້ນ ໃນ ປີ 2008 ນີ້ຍ້ອນວ່າ ການໄຊ້ຖົງອານາໄມ ໃນເວລາມີເພດສັມພັນ ກັນນັ້ນຍັງປະຕິບັດກັນ ໃນຈຳນວນ ສ່ວນນ້ອຍຫລາຍ ໂດຍສະເພາະ ກຸ່ມໄວລຸ້ນ ຍັງບໍ່ທັນໄດ້ໄຊ້ຖົງ ອານາໄມ ເປັນປະຈຳ ໃນເວລາມີເພດສັມພັນ ທັງບໍ່ຮູ້ຈັກວິທີການໄຊ້ອີກ.

ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາຂອງລາວ ໄດ້ແຈກຢາຍແວ່ນຕາ ແລະ ທຳການປິ່ນປົວຕາ ໃຫ້ແກ່ຊາວບ້ານ ໃນແຂວງ ຄຳມ່ວນ ແລະ ສວັນະເຂດ ເພື່ອເປັນຂອງຂັວນປີໃໝ່ ແກ່ຊາວບ້ານທີ່ຍາກຈົນ.

ສູນປິ່ນປົວ ແລະຮັກສາສຸຂະພາບ ສາຍຕາຂອງລາວ ໄດ້ແຈກຢາຍແວ່ນຕາ ແລະ ທຳການປິ່ນປົວຕາ ໃຫ້ແກ່ຊາວບ້ານ ໃນແຂວງ ຄຳມ່ວນ ແລະ ສວັນະເຂດ ເພື່ອເປັນຂອງຂັວນປີໃໝ່ ແກ່ຊາວບ້ານທີ່ຍາກຈົນ.

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ແລະກໍເປັນປະທານປະເທດ ສປປລາວ ໄດ້ສົ່ງບັດອວຍພອນ ປີໃໝ່ສາກົນໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ.

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ແລະກໍເປັນປະທານປະເທດ ສປປລາວ ໄດ້ສົ່ງບັດອວຍພອນ ປີໃໝ່ສາກົນໄປໃຫ້ທ່ານ ກິມຈຸ່ງອິນ ຜູ້ນຳສູງສຸດ ຂອງເກົາຫລີເໜືອ.

ໃນຣະຍະເທສກາລ ປີໃໝ່ທຸກໆປີ ທີ່ຜ່ານມາ ມັກຈະເກີດມີອຸບັຕຕິເຫຕ ຣົຖຕຳກັນ ຕາມທ້ອງຖນົນ ໃນຕົວເມືອງໃຫຍ່ເລື້ອຽໆ ແຕ່ສະເພາະ ຢູ່ເມືອງຫລວງພຣະບາງ ໃນປີ ນີ້ທາງເຈົ້າໜ້າທີ່ ີ່ຕຳຣວຈຈຣາຈອນ ໄດ້ອອກມາຕກາຣ ແລະຈັດຕັ້ງ ຈຸດກວດຄວາມໄວ ຂອງກາຣແລ່ນຣົຖ ຕາມເສັ້ນທາງ ທີ່ສຳຄັນຕ່າງໆ ແລະຢູ່ຕາມບໍຣິເວນ ທາງແຍກກໍມີ ເຈົ້າໜ້າທີ່ຕຳຣວຈ ຢືນກວດກາ ຜູ້ທີລະເມີດກົດຈຣາຈອນ ພ້ອມທັງເຂັ້ມງວດ ໃຫ້ຜູ້ຂີ່ຣົຖຈັກ ໃສ່ໝວກກັນກະທົບ ເພື່ອເປັນກາຣປ້ອງກັນ.

ທາງກາຣ ສປປລາວ ຍອມຮັບວ່າ: ກາຣສໍ້ຣາຊບັງຫລວງ ທີ່ປາກົດເຫັນມີ ຢູ່ທຸກຂັ້ນ ກາຣຈັດຕັ້ງ ຂອງພັກ-ຣັຖ ຍັງເປັນພັຍຂົ່ມຂູ່ ທີ່ຮ້າຍແຮງຕໍ່ກາຣພັທນາ ເສຖກິຈ ແລະສັງຄົມໃນລາວປັຈຈຸບັນ.

ໜັງສືພິມຊິນຫົວ ຊຶ່ງເປັນໜັງສືພິມ ທາງການຂອງຈີນ ຣາຍງານເມື່ອວັນທີ່ 1 ເດືອນ 1 ປີ 2008 ນີ້ວ່າ ຜົນຜລິດລວມຍອດ ພາຍໃນປະເທດ ຫລື GDP ຂອງສປປລາວ ຂຍາຍຕົວເຖິງ 7.6 ສ່ວນຮ້ອຍ ເມື່ອປີ 2007 ຂຍາຍຕົວກວ່າປີ 2006 ເລັກໜ້ອຍ ຊຶ່ງໃນປີ 2006 ນັ້ນ GDP ຂອງລາວ ຂຍາຍຕົວປະມານ 7.5 ສ່ວນຮ້ອຍ.

ເນື່ອງໃນໂອກາດ ວັນປີໃໝ່ນີ້ ປະຊາຊົນລາວ ບາງຄົນກໍມີຄວາມຫວັງ ຢາກໃຫ້ ຣັຖະບານ ແກ້ໄຂບັນຫາເສຖະກິດ ແລະຢາກໃຫ້ຣັຖະບານ ຖາມຄວາມເຫັນ ຂອງປະຊາຊົນແດ່ ກ່ອນຈະເຮັດຫຍັງລົງໄປກໍດີ ຕາມທີ່ທ່ານ ບຸນເສີມ ປະຊາຊົນ ຊາວແຂວງຄຳມ່ວນ ທີ່ຕັ້ງຄວາມຫັວງ ຜ່ານວິທະຍຸເອເຊັຽເສຣີ ໃນວັນປີໃໝ່ປີ 2008 ວັນທຳອິດວ່າ:

ປະຊາຊົນລາວ ຈາກເຂດນະຄອນຫລວງວຽງຈັນ ພາກັນຫລັ່ງໃຫລ ໄປທ່ຽວ ໃນແຂວງໜອງຄາຍ ເນື່ອງໃນວັນ ສະຫລອງປີໃໝ່ສາກົນປີ 2008 ນີ້, ຕາມລາຍງານ ຈາກທ້ອງຖິ່ນຂອງໄທ.

« Previous Entries  Next Entries »


Page 41 of 42« First...«3839404142»