12 Mar
Posted by Lao News as in Lao language
ເປັນທີ່ສັງເກດວ່າ ສັງຄົມຜູ້ຍີງໃນປັດຈຸບັນ ບໍ່ຕ້ອງການທີ່ຈະອ້ວຍຫລືຕຸ້ຍ ບໍ່ຕ້ອງການໃຫ້ຕົນມີນໍ້າໜັກ ເກີນເກນມາຕຖານ. ແລະໃນໂທຣະທັດ ວິທະຍຸ ໜັງສືພິມຕ່າງໆ ກໍມັກຈະພົບເຫັນຂໍ້ຄວາມຫລື ການໂຄສະນາທີ່ກ່ຽວຂ້ອງກັບ ການຄວບຄຸມນໍ້າໜັກ ດ້ວຍກໍາມະວິທີຕ່າງໆ ກ່ຽວຂ້ອງກັບຜົນເສັຽຂອງຄວາມອ້ວນ ຫລືການມີໄຂມັນຫລາຍເກີນໄປນັ້ນ ຢູ່ສະເມີ.
12 Mar
Posted by Lao News as in Lao language
ເຖີງແມ່ນວ່າ ການອອກຣະບຽບ ແລະມາຕການ ຂອງເຈົ້າໜ້າທີ່ໜ່ວຍງານ ຄຸ້ມຄອງ ຄວາມເປັນຣະບຽບ ຮຽບຮ້ອຍຂອງສັງຄົມ ເພື່ອເຮັດໃຫ້ບັນດາ ຜູ້ປະກອບການ ຮ້ານອາຫານ ແລະສະຖານບັນເທີງ ໃນເຂດ ນະຄອນຫລວງວຽງຈັນ ປະຕິບັດຢ່າງເຂັ້ມງວດ ແຕ່ຄວາມເປັນຈີງແລ້ວ ກໍຍັງມີຮ້ານອາຫານ ແລະສະຖານທີ່ບັນເທີງ ຫລາຍແຫ່ງຍັງຝ່າຝືນ ກົດຣະບຽບ ແລະມາຕການ ດັງກ່າວ ໂດຍເປີດບໍຣິການແບບ ຕາມໃຈຊອບ.
11 Mar
Posted by Lao News as in Lao language
ຜູ້ທີ່ເຄີຽຕິດຝິ່ນ ຢູ່ໃນລາວ ຫລັງຈາກ ເຂົາເຈົ້າຢ່າຈາກຕິດຝິ່ນແລ້ວ ບາງຈຳນວນ ກໍຫັນມາໄຊ້ຢາເສບຕິດ ປະເພດອື່ນອີກແທນ. ຕາມທີ່ເຈົ້າໜ້າທີ ່ຄະນະກັມະການ ກວດກາ ແລະຄວບຄຸມຢາເສບຕິດ ແຫ່ງຊາດລາວໄດ້ກ່າວ.
11 Mar
Posted by Lao News as in Lao language
ຄົນງານໃນແຂວງຫລວງພະບາງ ໄດ້ພົບກັບບັນຫາ ນາຍຈ້າງ ສໍ່ໂກງແຮງງານ ຫລາຍກໍຣະນີ ຕາມການເປີດເຜີຽ ຂອງທ່ານ ຄຳຜີວ ອຸ່ມດວງໄຊ ປະທານ ສະຫະພັນ ກັມະບານລາວ ປະຈຳແຂວງຫລວງພະບາງ ຊຶ່ງເປັນອົງການປົກປ້ອງ ແລະ ດູແລຜົນປະໂຍດ ຂອງແຮງງານລາວ ທີ່ກ່າວວ່າ ບັນຫາສໍ່ໂກງແຮງງານ ໃນແຂວງຫລວງ ພະບາງເກີດມີຂື້ນ ເພາະວ່າມີຄົນງານ ມາຮ້ອງຮຽນເຣື້ອງຄວາມບໍ່ເປັນທັມ ຫລາຍກໍຣະນີແລ້ວ
11 Mar
Posted by Lao News as in Lao language
ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ຍອມຮັບວ່າ ການອອກ ໜັງສືເດີນທາງ ແລະ ໃບອະນຸຍາດ ເຮັດວຽກ ໃນປະເທດໄທ ໃຫ້ກັບ ບັນຫາ ແຮງງານລາວ ແມ່ນໃຊ້ເວລາດົນນານ ເກີນໄປ ແລະ ສັບສົນ, ອີງຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມ ຂອງລາວ.
11 Mar
Posted by Lao News as in Lao language
ເຖິງແມ່ນວ່າ ຈະມີການຫ້າມປູກຝິ່ນ ໃນເຂດຊົນນະບົດ ກໍຕາມ, ແຕ່ຊາວບ້ານ ຍັງລັກປູກຝິ່ນ ຢູ່ຕໍ່ມາ, ຊຶ່ງມີພໍ່ຄ້າ ໄປໃຫ້ຣາຄາດີ, ອີງຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ປາບປາມ ຢາເສບຕິດ ແລະ ອາສຍາກັມ ຂອງສະຫະປະຊາຊາດ ໃນລາວ.
07 Mar
Posted by Lao News as in Lao language
ສໍານັກງານປ້ອງກັນ ແລະປາບປາມຢາເສບຕິດຫລື ປປສ ພາກຕາເວນອອກຊ່ຽງເໜືອຂອງໄທ ເຜີຍວ່າ ໃນຊ່ວງ2-3ປີທີ່ຜ່ານມາ ເສັ້ນທາງການລັກລອບ ນໍາເຂົ້າຢາເສບຕິດ ທີ່ວ່າຢູ່ໃນພື້ນທີ່ທາງພາກເໜືອ ຂອງປະເທດໄທ ໄດ້ປ່ຽນມາເປັນເສັ້ນທາງພາກຕາເວນອອກຊ່ຽງເໜືອຫລື ພາກອິສານຫລາຍຂຶ້ນ ເຖີງຮ້ອຍລະ8ຈາກເດີມ ດັ່ງທ່ານ ໄມຕຣີ ວິຣິຍະ ຜູ້ອໍານວຍການ ສໍານັກງານປປສ ພາກຕາເວນອອກ ສຽງເໜືອໄດ້ກ່າວວ່າ:

ແຂວງບໍ່ແກ້ວ ເປັນເຂດແຂວງທີ່ມີຄວາມອຸດົມສົມບຸນ ທາງຊັບພະຍາກອນປ່າໄມ້ ແຕ່ປັດຈຸບັນ ຍັງບໍ່ທັນມີການຈັດຕັ້ງປະຕິບັດ ໂຄງການປົກປັກຮັກສາຊັບພະຍາກອນ ທີ່ເໝາະສົມແຕ່ຢ່າງໃດເທື່ອ. ດັ່ງນັ້ນທາງແຂວງ ຈຶ່ງໄດ້ຂໍໃຫ້ມີການ ຍົກຣະດັບປ່າສະຫງວນຂອງແຂວງ ຂຶ້ນເປັນປ່າສະຫງວນແຫ່ງຊາດ. ເຈົ້າໜ້າທີ່ຂະແໜງການປ່າໄມ້ແຂວງບໍ່ແກ້ວ ກ່າວກ່ຽວກັບເລື່ອງນີ້ວ່າ: