Clicky

LaoPlanet News

Daily news related to Laos
Page 1 of 4212345»...Last »



ປັດຈຸບັນ ບັນຫາຢາເສບຕິດໃນລາວ ຖືວ່າ ເປັນບັນຫາທີ່ສຳຄັນ ແຕ່ກົດຫມາຍ ໃນການປາບປາມ ແລະ ລົງໂທດນັ້ນ ຍັງບໍ່ທັນໄດ້ມາຕຖານ ແລະ ຖືກປະຕິບັດໃຊ້ກັນເທື່ອ. ເຮັດໃຫ້ກຸ່ມຄ້າຢາເສບຕິດ ແລະ ກຸ່ມອາສຍະກຳ ຂ້າມຊາດ ດຳເນີນກິຈການ ການຄ້າຢາເສບຕິດເພື່ອສົ່ງອອກ ຕ່າງປະເທດ ໄດ້ຢ່າງງ່າຍດາຍ. ເຫດຜົລກໍ່ແມ່ນ ຂາດກົດຫມາຍແລະຂາດການບັງຄັບໃຊ້ທີ່ເດັດຂາດແລະແນ່ນອນ ໃນການປາບປາມ ດັ່ງນັ້ນ ຄນະກັມມະການ ປາບປາມຢາເສບຕິດແຫ່ງຊາດຈື່ງສເນີ ຮ່າງກົດຫມາຍໃຫມ່ ວ່າດ້ວຍການປາບປາມຢາເສບຕິດໂດຍສເພາະ. ດັ່ງເຈົ້າຫນ້າທີ່ ທ່ານນື່ງ ຈາກຄນະກັມມະການດັ່ງກ່າວ ໄດ້ກ່າວ ກ່ຽວກັບກົດຫມາຍໃຫມ່ວ່າ:

ຕາມກາຣເປີດເຜີຽ ຂອງທາງທະນາຄານ ພັທນາເອເຊັຽ ຢູ່ກັມພູຊາ ແຈ້ງຕໍ່ທາງແລ່ງຂ່າວ ໃນມື້ວັນອາທິດນີ້ວ່າ: ກອງປະຊຸມສຸດຍອດ ຄັ້ງທີ່ 3 ຂອງຄະນະນາຍົກ ຣັຖມົນຕຣີ ຈາກບັນດາ ປະເທດ ເຂຕລຸ່ມແມ່ນ້ຳຂອງ ມີກຳໜົດ ຈະຈັດຂື້ນ ຢູ່ນະຄອນຫລວງ ວຽງຈັນ ໃນວັນທີ 31 ມີນາ ນີ້, ເພື່ອເສີມສ້າງ ດ້ານກາຣຮ່ວມມື ໃນໂຄງກາຣພັທນາ ເສຖກິຈ, ກາຣຄ້າ, ຄົມມະນາຄົມ ແລະ ຂົນສົ່ງ ຣະຫວ່າງກັນ ແລະ ເພື່ອເປັນກາຣສົ່ງເສີມ ພາຄສ່ວນເອກຊົນ ໃຫ້ຫລາຍກວ່າເກົ່າ.

ທ່ານ ຄຳອ້ວນ ບຸບຜາ ຣັຖມົນຕຣີ ປະຈຳສຳນັກງານນາຍົກ ແລະ ປະທານ ອົງກາຣທີ່ດິນ ແຫ່ງຊາຕ ສປປລາວ ຍອມຮັບວ່າ: ກວ່າ 30 ປີຜ່ານມາ ປະເທດລາວ ມີກາຣໃຊ້ພື້ນທີ່ດິນ ຢ່າງຜິດເປົ້າໝາຍ ຫລາຍເກີນໄປ, ເຖີງຂັ້ນ ເຮັດໃຫ້ ຊັພຍາກອນ ທັມມະຊາຕປ່າໄມ້ ຫລຸດລົງ ຢ່າງໜ້າວິຕົກ. ທ່ານ ຄຳອ້ວນ ໄດ້ຍົກຕົວຢ່າງວ່າ: ໃນປີ 1988 ທົ່ວປະເທດລາວ ມີປ່າໄມ້ ເຫລືອຢູ່ ປະມານ 47% ເທົ່ານັ້ນ. ທາງຣັຖບາລ ຈື່ງໄດ້ວາງເປົ້າໝາຍ ຟື້ນຟູປ່າ ໂດຽໃຫ້ ສາມາດ ປົກຫຸ່ມພື້ນທີ່ ທົ່ວປະເທດ ໃຫ້ໄດ້ເຖີງ 70% ໃນປີ 2000; ແຕ່ມາຮອດປີ 2008 ນີ້ ແທນທີ່ຈະມີ ພື້ນທີ່ປ່າໄມ້ ຈະຂຍາຍຕົວອອກ, ຊ້ຳພັດຍິ່ງຫລຸດລົງ ເຫລືອພຽງແຕ່ 35% ເທົ່ານັ້ນ.

ວຽກງານ ການກໍ່ສ້າງຕົວເຂື່ອນໄຟຟ້ານໍ້າຕົກ ທີ່ໃຫຍ່ທີ່ສຸດຂອງລາວຄືເຂື່ອນ ນໍ້າເທີນສອງນັ້ນ ມີຄວາມຄືບໜ້າຫລາຍແລະຈະແລ້ວເສັດ ຕາມເປົ້າໝາຍ-ບໍ່ມີຄວາມລ່າຊ້າ ແລະວຽກງານອື່ນໆ ກໍເປັນໄປຕາມຂັ້ນຕອນທີ່ໄດ້ວາງໄວ້ ທຸກຢ່າງ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ13ມິນານີ້. ທ່ານກ່າວວ່າ:

ວຽກງານ ການກໍ່ສ້າງຕົວເຂື່ອນໄຟຟ້ານໍ້າຕົກ ທີ່ໃຫຍ່ທີ່ສຸດຂອງລາວຄືເຂື່ອນ ນໍ້າເທີນສອງນັ້ນ ມີຄວາມຄືບໜ້າຫລາຍແລະຈະແລ້ວເສັດ ຕາມເປົ້າໝາຍ-ບໍ່ມີຄວາມລ່າຊ້າ ແລະວຽກງານອື່ນໆ ກໍເປັນໄປຕາມຂັ້ນຕອນທີ່ໄດ້ວາງໄວ້ ທຸກຢ່າງ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງ ໃນວັນທີ13ມິນານີ້. ທ່ານກ່າວວ່າ:

ໂຄງການຕ້ານໄພອຶດຢາກ ໃນແຂວງຫລວງນໍ້າທາ ມີຈຸດປະສົງເພື່ອບຸກເບີກທີ່ນາ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ເພື່ອທໍາການກະເສດ-ປູກພືດເພື່ອເສດຖະກິດ ໂດຍໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກ ສະຫະພາບຢູໂຣບຫລື EU.

ໂຄງການຕ້ານໄພອຶດຢາກ ໃນແຂວງຫລວງນໍ້າທາ ມີຈຸດປະສົງເພື່ອບຸກເບີກທີ່ນາ ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ເພື່ອທໍາການກະເສດ-ປູກພືດເພື່ອເສດຖະກິດ ໂດຍໄດ້ຮັບການຊ່ວຍເຫລືອດ້ານງົບປະມານຈາກ ສະຫະພາບຢູໂຣບຫລື EU.

ທ່ານ ຫຸມເພັງ ສີວິໄລສັກ ຫົວໜ້າຂແໜງການປູກຝັງ-ຜແນກກະສິກໍາ ແລະປ່າໄມ້ແຂວງຫລວງພຣະບາງ ໄດ້ເຜີຍເຖີງຄວາມສົນໃຈຂອງ ເອກກະຊົນໄທຣາຍນຶ່ງ ທີ່ຢາກຈະເຂົ້າມາທົດລອງປູກໝາກເຍົາ ທີ່ແຂວງຫລວງພຣະບາງ ເພື່ອຜລິດເປັນນໍ້າມັນBio-Diesel ຍ້ອນແຂວງດັ່ງກ່າວ ມີທ່າແຮງ ທີ່ເໝາະສົມຕໍ່ການລົງທຶນ. ທ່ານກ່າວໃນຕອນນຶ່ງວ່າ:

ເຈົ້າໜ້າທີ່ຫ້ອງກາຣ ແຜນກາຣລົງທຶນ ແຂວງຜົ້ງສາລີ ສົ່ງເສີມ ໃຫ້ປະຊາຊົນພາຍ ໃນແຂວງ ໂດຽສະເພາະ ພວກທີ່ບໍ່ມີເນື້ອທີ່ດິນ ເປັນຂອງຕົນເອງ ໃຫ້ໄປເຊົ່າທີ່ດີນກັບ ທາງຣັຖບາລ ເພື່ອລົງທຶນປູກຕົ້ນໃບຊາ ເພື່ອສົ່ງຂາຍເຂົ້າສູ່ຕລາດ ໃນຕ່າງປະເທດ.

ທ່ານ ບໍ່ແສງຄໍາ ວົງດາຣາ ຣັດຖະມົນຕຣີຊ່ວຍວ່າການກະຊວງຖະແຫລງຂ່າວ ແລະວັດທະນະທໍາ ໄດ້ກ່າວເຖີງຄວາມຮຽກຮ້ອງຕ້ອງການ ມີກົດໝາຍຊື່ມວນຊົນວ່າ ໃນໄລຍະທີ່ຜ່ານມາ ລາວມີຣະບຽບການແລະຂໍ້ກໍານົດ ຈໍານວນນຶ່ງແລ້ວ ແຕ່ຍັງສ້າງຄວາມຫຍູ້ງຍາກໃນການຄຸ້ມຄອງ ແລະການເຂື່ອນໃຫວຂອງຊື່ມວນຊົນຢູ່ ເນື່ອງຈາກຂໍ້ກໍານົດເລົ່ານັ້ນ ຍັງບໍ່ຮັດກຸມ-ຄົບຖ້ວນ.

« Previous Entries  


Page 1 of 4212345»...Last »